LOOLao Operational OS
loolao.com ↗
ໂມດູນ 3 · ສຳລັບຄົນຂັບ

ການດຳເນີນງານ — ລູກຄ້າຄືນຖັງ

ລູກຄ້າຄືນຖັງ ໃຊ້ເມື່ອລູກຄ້າ ຂໍເລີກໃຊ້ບໍລິການ ແລະ ຕ້ອງການ ຄືນຖັງ ເພື່ອຮັບ ເງິນມັດຈຳຄືນ. ວິທີໃຊ້ຄ້າຍກັບ “ຂາຍນ້ຳ” — ເລືອກລູກຄ້າ → ປ້ອນຈຳນວນຖັງທີ່ຄືນ → ເລືອກວິທີຈ່າຍເງິນຄືນ → ຢືນຢັນ.

ຄືນຖັງ = ປິດບັນຊີຕຸກ: ເມື່ອລູກຄ້າຄືນຖັງຄົບ ລະບົບຈະຄຳນວນ ເງິນມັດຈຳທີ່ຕ້ອງຄືນ ໃຫ້ອັດຕະໂນມັດ ຕາມຈຳນວນຖັງທີ່ລູກຄ້າຖືຢູ່.

1 ເປີດເມນູ → “ລູກຄ້າຄືນຖັງ”

ກົດປຸ່ມເມນູ (☰) ແລ້ວໃນໝວດ “ການດຳເນີນງານ” ເລືອກ “ລູກຄ້າຄືນຖັງ”.

ເມນູ — ລູກຄ້າຄືນຖັງ 1
ໝວດ ການດຳເນີນງານ
1

“ລູກຄ້າຄືນຖັງ”

ກົດເພື່ອເປີດໜ້າຄືນຖັງ.

2 ຄົ້ນຫາ ແລະ ເລືອກລູກຄ້າ

ພິມ ຊື່, ລະຫັດ ຫຼື ເບີໂທ ຂອງລູກຄ້າທີ່ຈະຄືນຖັງ ແລ້ວກົດເລືອກລູກຄ້າຈາກລາຍການ.

ຄົ້ນຫາລູກຄ້າ 1 2
ຄົ້ນຫາລູກຄ້າ
1

ຊ່ອງຄົ້ນຫາ

ພິມ ຊື່ຮ້ານ / ລະຫັດລູກຄ້າ / ເບີໂທ.

2

ເລືອກລູກຄ້າ

ກົດທີ່ລູກຄ້າທີ່ຕ້ອງການຄືນຖັງ.

3 ປ້ອນຈຳນວນຖັງທີ່ຄືນ

ຈະເຫັນ ລາຍລະອຽດລູກຄ້າ — ຈຳນວນຕຸກທີ່ລູກຄ້າຖືຢູ່ ແລະ ຍອດມັດຈຳທີ່ຕ້ອງຄືນ. ໃນຕາຕະລາງ “ລາຍການຖັງທີ່ຖື” ໃຫ້ປ້ອນ ຈຳນວນຖັງທີ່ຄືນ. ຫາກມີ ຖັງຊຳລຸດ ກໍໃສ່ຕາມຈຳນວນທີ່ຊຳລຸດໃນຊ່ອງ “ໃບທີ່ຊຳລຸດ”.

ລາຍລະອຽດລູກຄ້າ + ຈຳນວນຖັງຄືນ 1 2 3 4 5
ລາຍລະອຽດລູກຄ້າ + ຕາຕະລາງ
1

ຂໍ້ມູນລູກຄ້າ

ຊື່ · ລະຫັດ · ເບີໂທ · ສາຂາ. ກົດ “ປ່ຽນລູກຄ້າ” ຫາກເລືອກຜິດຄົນ.

2

ຕຸກທີ່ລູກຄ້າຖືຢູ່

ຈຳນວນຖັງທີ່ລູກຄ້າຖືຢູ່ທັງໝົດ (ຕົວຢ່າງ 8 ໜ່ວຍ).

3

ຍອດມັດຈຳຄ້າງ

ຍອດເງິນມັດຈຳທີ່ຕ້ອງຄືນຫາກຄືນຄົບ (ຕົວຢ່າງ 160,000 ₭).

4

ຊ່ອງ “ຄືນທັງໝົດ” (ຈຳນວນຄືນ)

ປ້ອນຈຳນວນຖັງທີ່ລູກຄ້າຄືນຈິງ.

5

ຊ່ອງ “ໃບທີ່ຊຳລຸດ”

ຫາກມີຖັງຊຳລຸດ ໃສ່ຈຳນວນທີ່ຊຳລຸດທີ່ນີ້.

4 ເລືອກວິທີຈ່າຍຄືນ ແລ້ວ “ຢືນຢັນຄືນຖັງ”

ເລື່ອນລົງຕໍ່: (ຫາກລູກຄ້າມີ Subscription ຄ້າງ ໃຫ້ຕິກເລືອກເພື່ອຍົກເລີກ), ເລືອກ ວິທີຈ່າຍເງິນ (ວິທີຈ່າຍເງິນຄືນໃຫ້ລູກຄ້າ), ໃສ່ໝາຍເຫດ (ບໍ່ບັງຄັບ) ແລ້ວກົດ “ຢືນຢັນຄືນຖັງ”.

ວິທີຈ່າຍຄືນ + ຢືນຢັນຄືນຖັງ 1 2 3 4
ວິທີຈ່າຍຄືນ + ຢືນຢັນຄືນຖັງ
1

Subscription ທີ່ຍັງໃຊ້ງານ

ຫາກລູກຄ້າມີຮອບສົ່ງປະຈຳ (ເຊັ່ນ WEEKLY) ໃຫ້ຕິກເລືອກເພື່ອ ຍົກເລີກ ພ້ອມການຄືນຖັງ.

2

ປາຍທາງຂອງຖັງທີ່ຮັບຄືນ

ຖັງທີ່ຮັບຄືນຈະເຂົ້າລົດ (ຕັດສະຕັອກທີ່ລົດ) ອັດຕະໂນມັດ — ຕົວຢ່າງລົດ 6097.

3

ວິທີຈ່າຍເງິນ (ຈ່າຍເງິນຄືນ)

ເລືອກວິທີຈ່າຍເງິນມັດຈຳຄືນໃຫ້ລູກຄ້າ: ເງິນສົດ · QR · ໂອນທະນາຄານ.

4

ປຸ່ມ “ຢືນຢັນຄືນຖັງ”

ກົດຢືນຢັນ — ລະບົບຈະປິດບັນຊີຕຸກ ແລະ ບັນທຶກການຄືນເງິນມັດຈຳ (ຕົວຢ່າງ 160,000 ₭).

ສະຫຼຸບຄືນຖັງ: ເມນູ → ລູກຄ້າຄືນຖັງ → ຄົ້ນຫາ & ເລືອກລູກຄ້າ → ປ້ອນຈຳນວນຖັງຄືນ (+ ຖັງຊຳລຸດຖ້າມີ) → ເລືອກວິທີຈ່າຍຄືນ → ຢືນຢັນຄືນຖັງ.